ກ່ຽວກັບບັນດິດລາວ

     ຂ້າພະເຈົ້າຄິດວ່າມັນເຖີງເວລາແລ້ວທີ່ປະເທດລາວເຮົາຫນ້າຈະມີການຮຽນການສອນແບບອອນໄລທ໌ເພື່ອສ້າງຄວາມສະດວກໃຫ້ແກ່ນັກຮຽນນັກສືກ ແລະປັນຍາຊົນຜູ້ ຮຽນຜູ້ທີ່ກຳລັງຊອກຫາບົດຮຽນບົດຄວາມທີ່ເປັນປະໂຫຍດ ໃຫ້ແກ່ຕົນເອງເພື່ອເສີມສ້າງຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງດ້ວຍໃນປະຈຸບັນເຫັນວ່າປະຊາຊົນລາວຜູ້ທີ່ ເຕີບໃຫມ່ໃຫຍ່ລຸນໄດ້ພວມພາກັນຕັ້ງຫນ້າຊອກວ່າຄວາມຮູ້ໃຫ້ແກ່ຕົນເອງ ແລະ ໄດ້ພາກັນແຂ່ງຂັນໃນການຊອກຮູ້ ເພື່ອນຳເອົາຄວາມຮູ້ທີ່ຕົນມີນັ້ນໄປສ້າງສາປະເທດ ຊາດ ໃຫ້ຈະເລີນຮຸ່ງເຮືອງແຕ່ມັນມັນກໍມີບັນຫາໃຫຍ່ທີ່ສຸດສຳຫລັບການຊອກຮູ້ຂອງປະຊາຊົນລາວເພາະປະເທດລາວຍັງ ບໍ່ມີສຳນັກພີມໃດທີ່ສ້າງປື້ມແບບຮຽນທີ່ເປັນພາສາ ລາວ ຫລືແປປື້ມແບບຮຽນຕ່າງປະເທດໃຫ້ເປັນພາສາລາວເພື່ອຕອບສະຫນອງໃຫ້ແກ່ປະຊາຊົນລາວສ່ວນໃຫຍ່ຈະແມ່ນນຳໃຊ້ປື້ມແບບຮຽນຂອງຕ່າງປະເທດໂດຍສະເພາະ ແມ່ນ ປະເທດໄທແລະໃນປະຈຸບັນເທັກໂນໂລຢີໄດ້ ເຂົ້າມີບົດບາດຫລາຍໃນຊີວີດປະຈຳວັນໂດຍສະເພາະແມ່ນການນຳໃຊ້ ອີນເຕເນັດເຂົ້າໃນການຕິດຕໍ່ສື່ສານແລກແປງຄວາມຮູ້ ແລະ ຄົ້ນຫາບົດຮຽນຕ່າງໆການນຳໃຊ້ອີນເຕີເນັດເຂົ້າໃນການຮຽນການສອນນີ້ແມ່ນໄດ້ຮັບຄວາມນິຍົມສູງຫລາຍໃນປະຈຸບັນເພາະມັນໄດ້ສ້າງຄວາມສະດວກໃຫ້ແກ່ຜູ້ທີ່ສືກສາ ຮ່ຳຮຽນສາມາດຮຽນໄດ້ທຸກທີ່ທຸກເວລາໂດຍບໍ່ມີຂໍ້ຈຳກັດເຊີ່ງເອີ້ນກັນວ່າ ລະບົບ eLearning.  ໂດຍສ່ວນຕົວຂ້າພະເຈົ້າເຫັນວ່າສຳຫລັບລະບົບ ນີ້ໃນປະເທດລາວຍັງບໍ່ມີ. 

    ດັ່ງນັ້ນຂ້າພະເຈົ້າຈີ່ງເກີດແນວຄິດສ້າງເວັບໄຊທ໌ນີ້ຂື້ນມາເພື່ອເປັນບ່ອນເຜີຍແຜ່ຄວາມຮູ້ໃຫ້ແກ່ທຸກ ທ່ານທີ່ກຳລັງສືກສາ  ສະຫນອງບົດຮຽນໃຫ້ທ່ານບໍ່ພຽງພໍແຕ່ຂະພະເຈົ້າ ກໍ່ຈະພະຍາຍາມຫາເວລາຫວ່າງໃນການຂຽນບົດຮຽນອອກເຜີຍແຜ່ໃຫ້ແກ່ພວກທ່ານ.

ຖ້າຫາກວ່າທ່ານໃດສົນໃຈຢາກເປັນສ່ວນຫນື່ງໃນການຊ່ວຍພັດທະນາເວັບໄຊນີ້ສາມາດຕິດຕໍ່ມາທີ່ webmaster@bunditlao.com ຖ້າຫາກທ່ານໃດທີ່ເຫັນວ່າເວັບໄຊທ໌ນີ້ສາມາດສ້າງຜົນປະໂຫຍດໃຫ້ແກ່ທ່ານທ່ານສາມາດບໍລິຈາກເພື່ອເປັນທືນໃນການເຊົ່າ server ທ່ານສາມາດຕິດຕໍ່ມາທີ່  info@bunditlao.com

ທ່ານສາມາດໃຫ້ຄຳຕຳນິຕິຊົມພວກເຮົາໄດ້ໂດຍສົ່ງມາທີ່ info@bunditlao.com